ກົມພິມຈຳໜ່າຍຕາງໜ້າໃຫ້ ທະນາຄານແຫ່ງ ສປປ ລາວ ໄດ້ມອບຫຼຽນທີ່ລະນຶກ ໂອລິມປິກ ປາຣີ 2024

ໃນຕອນເຊົ້າຂອງວັນທີ 19 ກັນຍາ 2024, ເວລາ 10:00 ໂມງ, ກົມພິມຈຳໜ່າຍຕາງໜ້າໃຫ້ ທະນາຄານແຫ່ງ ສປປ ລາວ ໄດ້ມອບຫຼຽນທີ່ລະນຶກ ໂອລິມປິກ ປາຣີ 2024 ລິຂະສິດແບບຢ່າງ ປະເພດຫຼຽນເງິນ ຈຳນວນ 02 ຫຼຽນ ໃຫ້ແກ່ຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ເພື່ອເກັບຮັກສາໄວ້ເປັນທີ່ລະນຶກ (ວາງສະແດງ) ຕາງໜ້າມອບຈາກທະນາຄານແຫ່ງ ສປປ ລາວ, ກົມພິມຈຳໜ່າຍ ໂດຍແມ່ນ ທ່ານ ບຸນທະວີ ສຸກດາວົງ ຫົວໜ້າກົມພິມຈຳໜ່າຍ ແລະ ຕາງໜ້າຮັບເອົາລິຂະສິດແບບຢ່າງດັ່ງກ່າວ ໂດຍແມ່ນທ່ານ ສົມພູ ພົງສາ ຮອງປະທານ ຄອລ

Share this post

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *