29ກ.ຍ.
ກອງປະຊຸມກະກຽມຝຶກຊ້ອມນັກກິລາ ເຂົ້າຮ່ວມຊີເກມ ຄັ້ງທີ 32 ທີ່ປະເທດ ກໍາປູເຈຍ, ເອຊຽນເກມ ຫາງໂຈວ ຄັ້ງທີ 19 ແລະ ເອຊຽນເກມໃນຮົ່ມ ແລະ ສີລະປະການຕໍ່ສູ້ ຄັ້ງທີ 06 ທີ່ ກຸງເທບ ແລະ ຊົນບູລີ, ປະເທດໄທ
Anousak2022-09-29T14:37:56+07:00
ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ສະເໜີໂຄງການສະໜັບສະໜູນນັກກິລາລະດັບຂົງເຂດໄລຍະ 04 ປີ 2021-2024 ປະກອບມີ 04 ລາຍການຄື ກິລາຊີເກມ ຄັ້ງທີ 31, ທີ່ ສສ ຫວຽດນາມ, ເອຊຽນເກມ ຄັ້ງທີ 19, ທີ່ນະຄອນຫາງໂຈວ, ກິລາຊີເກມ ຄັ້ງທີ 32 ທີ່ ກໍາປູເຈຍ ແລະ ເອຊຽນເກມໃນຮົ່ມ ແລະ ສີລະປະການຕໍ່ສູ້ ຄັ້ງທີ 06, ແຕ່ຍັງບໍ່ທັນເລີ່ມປະຕິບັດໂຄງການດັ່ງກ່າວ, ເນື່ອງຈາກການລະບາດຂອງພະຍາດ COVID-19 ເຮັດໃຫ້ການແຂ່ງຂັນຖືກເລື່ອນ.
ສໍາລັບປີ 2023 ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ມີແຜນເຂົ້າຮ່ວມແຂ່ງຂັນປະກອບດ້ວຍ 03 ລາຍການແຂ່ງຂັນໃຫຍ່ຄື
1.ຊີເກມ ຄັ້ງທີ 32 ທີ່ ກໍາປູເຈຍ, ວັນທີ 05-17 ພຶດສະພາ 2023.
2. ເອຊຽນເກມ ຄັ້ງທີ 19, ທີ່ນະຄອນຫາງໂຈວ, ສປ ຈີນ, ວັນທີ 23 ກັນຍາ – 8 ຕຸລາ 2023.
3. ເອຊຽນເກມໃນຮົ່ມ ແລະ ສີລະປະການຕໍ່ສູ້ ຄັ້ງທີ 06 ທີ່ ບາງກອກ – ຊົນບູລີ ປະເທດໄທ.
ທັງ 3 ລາຍການນີ້ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ແລະ ກົມກິລາລະດັບສູງ ໄດ້ມີຄວາມເປັນເອກະພາບກັນຈັດແບ່ງປະເພດກິລາເພື່ອສົ່ງຂໍທຶນນໍາກອງທຶນໂອແລມປິກສາກົນ (Olympic Solidarity)
Related Posts
11ທ.ວ.
23ພ.ພ.
Quisque elementum nibh at dolor pellentesque, a eleifend libero pharetra. Mauris neque... read more
30ມ.ຖ.
ໂຄງການພັດທະນາໂຄງສ້າງກິລາມວຍປໍ້າໂດຍກອງທຶນໂອລິມປິກສາກົນ (Olympic Solidarity), ການເຂົ້າຄ້າຍຝຶກແອບນັກກິລາມວຍປໍ້າທີ່ໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງ ວັງວຽງ, ແຂວງວຽງຈັນ ວັນທີ 25 -29 ມີນາ 2024
read more
23ພ.ພ.
Press conference for the sport activity to the 122nd Anniversary of the Olympic... read more
04ພ.ພ.
ເປັນປະທານໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ
read more
30ກ.ຍ.
23ພ.ພ.
2nd Chef De Mission SEA game 2019
Delegates from Laos attending Chefs de... read more
29ກ.ຍ.
ອົງການປົກຄອງນະຄອນຫຼວງ ຮ່ວມກັບ ຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ມອບເງິນປະກອບສ່ວນໃຫ້ເມືອງໂຂງ ກະກຽມພິທີສະເຫຼີມສະຫຼອງວັນໂອແລມປິກແຫ່ງຊາດລາວ ຄົບຮອບ 45 ປີ ຈຳນວນເງິນ 150,000,000 ກີບ ທີ່... read more
23ພ.ພ.
Delegates from Lao NOC attending CDM SEA game 2019 Meeting
Vice President of... read more
13ມ.ກ.
ຕອບກັບ