ຄະນະ​ກຳມະການ​ໂອ​ລິ​ມປິກ​ແຫ່ງ​ຊາດ​ລາວ (NOCL) ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1978 ​ແລະ ​ໄດ້​ປະຕິ​ຮູບ​ສະຫະພັນ​ກຳມະບານ​ແຫ່ງ​ຊາດ 7 ​ແຫ່ງ ຄື: ກິລາ​ກະຕໍ້, ກິລາບານບ້ວງ, ກິລາ​ມວຍ, ກິລາ​ບານ​ເຕະ, ຍິງ​ເປົ້າ, ​ເທັນ​ນິສ, ​ແລະ​ ບານ​ສົ່ງ. ​ເປັນ​ການ​ໃຫ້​ສັງຄົມ​ຮູ້​ໃນ​ນາມ​ອົງການ​ກິລາ​ມວນ​ຊົນ​ໃນ​ອົງການ​ບໍ່​ຫວັງ​ຜົນ​ກຳ​ໄລ ​ແລະ ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ເພື່ອ​ຮ່ວມ​ກັບ​ລັດຖະບານ​ຮັບຜິດຊອບ​ການ​ພັດທະນາ​ກິລາ​ໃນ​ລາວ.

ປະທານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ຄົນທຳອິດແມ່ນ ພົນເອກ ສິງກະໂປ ສີໂຄດຕະບອງ.

ມັນແມ່ນໄລຍະທີ່ຄະນະກຳມາທິການໂອລິມປິກສາກົນໄດ້ຮັບຮູ້ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ເປັນສະມາຊິກຊົ່ວຄາວໃນປີ 1979 ແລະ ສປປ ລາວ ໄດ້ມີໂອກາດສົ່ງນັກກິລາເຂົ້າຮ່ວມຄັ້ງທໍາອິດໃນງານມະຫາກຳກິລາໂອລິມປິກ ມົສກູ, ປະເທດ ຣັສເຊຍ, ຄັ້ງທີ 22 ປີ 1980. ນັບແຕ່ໄລຍະນັ້ນເປັນຕົ້ນມາ ຄະນະ​ກຳມະການ​ໂອ​ລິ​ມປິກ​ແຫ່ງ​ຊາດ​ລາວ (NOCL) ຮັບຜິດຊອບສົ່ງຕົວແທນນັກກິລາຂອງລາວເຂົ້າຮ່ວມງານກິລາໂອລິມປິກເກມ, ເອຊຽນເກມ ແລະ ຊີເກມ ລວມທັງງານອື່ນໆທີ່ຈັດຂຶ້ນພາຍໃຕ້ການອຸປະຖໍາຂອງຄະນະກໍາມະການໂອລິມປິກສາກົນ (IOC).

ການເຂົ້າຮ່ວມກິລາໂອແລມປິກລະດູຮ້ອນຂອງ ຄອລ

ຄັ້ງທີ

ວັນເດືອນປີ ເມືອງ ນະຄອນທີ່ຈັດ ຈໍານວນນັກກິລາ ປະເພດກິລາ

22

19 ກໍລະກົດ (07) – 3 ສິງຫາ (08) ຄ.ສ 1980 ມອສໂກວ໌, ຣັສເຊຍ 21 ຄົນ 3

23

28 ກໍລະກົດ (07) – 12 ສິງຫາ (08) ຄ.ສ 1984 ລອສແອງເຈລິສ, ແຄລິຟໍເນຍ ສະຫະລັດອາເມລິກາ ບໍ່ໄດ້ເຂົ້າຮ່ວມ

ບໍ່ໄດ້ເຂົ້າຮ່ວມ

24

17 ກັນຍາ (09) – 2 ຕຸລາ (10) ຄ.ສ 1988 ເຊອຸລ, ເກົາຫຼີໃຕ້ 4 ຄົນ

2

25

25 ກໍລະກົດ (07) – 9 ສິງຫາ (08) ຄ.ສ 1992 ບາເຊໂລນາ, ສະເປນ 5 ຄົນ 2

26

19 ກໍລະກົດ (07) – 4 ສິງຫາ (08) ຄ.ສ 1996 ແອັດແລນຕ້າ, ລັດຈໍເຈຍ

ສະຫະລັດ ອາເມລິກາ

5 ຄົນ

2

27

15 ກັນຍາ (09) – 1 ຕູລາ (10) ຄ.ສ 2000 ຊິດນີ, ອອສເຕຣເລຍ 3 ຄົນ

3

28

13 ສິງຫາ (08) – 29 ສິງຫາ (08) ຄ.ສ 2004 ເອເທນ, ກຣິສ 5 ຄົນ

2

29

25 ກໍລະກົດ (07) – 10 ສິງຫາ (08) ຄ.ສ 2008 ປັກກິ່ງ, ຈີນ 4 ຄົນ

2

30

27 ກໍລະກົດ (07) – 12 ສິງຫາ (08) ຄ.ສ 2021 ລອນດອນ, ອັງກິດ 3 ຄົນ

2

31

5-24 ສິງຫາ (08) ຄ.ສ 2016 ຣີໂອ ເດ ຈາເນໂຣ, ບຣາຊິລ 6 ຄົນ

4

32 24 ກໍລະກົດ (07) – 8 ສິງຫາ (08) ຄ.ສ 2020 ໂຕກຽວ, ຍີ່ປຸ່ນ 4 ຄົນ

3

33 28 ກໍລະກົດ (07) – 11 ສິງຫາ (08) ຄ.ສ 2024 ປາຣີສ, ຝຣັ່ງ 4 ຄົນ

3 (ແລ່ນ-ລານ 1 ຍິງ, ລອຍນໍ້າ 1 ຊາຍ, 1 ຍິງ, ຢິມນາສຕິກ 1 ຍິງ)